ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຢູ-ຈີນ ເຫັນ​ດີ​ເພີ່ມ​ທະວີ​ ການ​ຮ່ວມ​ມື​ແບບ​ຫຼາຍ​ຂົ້ວ


  ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 25 ມິຖຸນາ ນີ້​ວ່າ: ເມື່ອ​ວັນ​ທີ 22 ມິຖຸນາ ຜ່ານ​ມາ, ທ່ານ ຊາ​ເລ​​ສ ມິ​ເຊວ ປະທານ​ສະພາ​ເອີ​ຣົບ ໄດ້​ພົບ​ປະ​ກັບ​ທ່ານ ຫຼີ​ຊຽງ ນາຍົກລັດຖະມົນຕີ​ຈີນ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ ກ່ຽວ​ກັບ​ສົນທິສັນຍາ​ການ​ເງິນ​ທົ່ວ​ໂລກ​ສະບັບ​ໃໝ່ ເຊິ່ງ​ດຳເນີນ​ໃນ​ວັນ​ທີ 22-23 ມິຖຸນາ ຢູ່ ນະ ຄອນຫລວງ​ປາ​ຣີ ປະເທດ​ຝຣັ່ງ, ໂດຍ​ມີ​ການ​ນຳ​ຂັ້ນ​ສູງ​ຕ່າງປະເທດ 100 ທ່ານ, ໃນ​ນັ້ນ ມີ​ປະມຸກ​ລັດ 40 ທ່ານ​ເຂົ້າ​ຮ່ວມ. ທ່ານ ຫຼີ​ຊຽງ ເນັ້ນ​ໜັກ​ວ່າ: ຈີນ ແລະ ສະຫະພາບ​ເອີ​ຣົບ ຄວນ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ເຊິ່ງ ​ກັນ ແລະ ກັນ ແລະ ແກ້​ໄຂ​ຄວາມ​ວິຕົກ​ກັງວົນ​ຜ່ານ​ການ​ຮ່ວມ​ມື​ຢ່າງ​ສຳເລັດ​ຜົນ. ຈີນ ຖື​ວ່າ ບໍ່​ມີ​ການ​ປະ ​ ທະ​ກັນ​ກ່ຽວ​ກັບ​ຜົນ​ປະໂຫຍດ​ພື້ນຖານ​ລະຫວ່າງ ຈີນ ແລະ ອີ​ຢູ ພ້ອມ​ທັງ​ຢືນຢັນ​ການ​ຮ່ວມ​ມື​ທີ່​ມີ​ປະໂຫຍດ​ເພື່ອ​ການ​ພັດທະນາ​ຂອງ​ແຕ່​ລະ​ປະເທດ ກໍ​ຄື​ໃນ​ ຄວາມ​ພະຍາຍາມ​ລວມ ເພື່ອ​ແນໃສ່​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ແລະ ກໍ່ສ້າງ​ໂລກ​ຫຼາຍ​ຂົ້ວ. ສອງ​ຝ່າຍຄວນ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງເຂດ​ສີຂຽວ,ເສດ ຖະກິດ, ບັນດາ​ຂົງເຂດ​ການ​ຄ້າ ແລະ ດິ​ຈີ​ຕອນ. ທ່ານ ຊາ​ເລ​​ສ ມິ​ເຊວ ໃຫ້​ຮູ້​ວ່າ: ສະຫະພາບ​ເອີ​ຣົບ​ພ້ອມ​ແລ້ວ ທີ່​ຈະ​ເພີ່ມ​ທະວີ​ການ​ຕິດຕໍ່​ພົວພັນ ແລະ ແລກ ປ່ຽນ​ກັບ​ການ​ນຳ​ຈີນ ເພື່ອ​ແນໃສ່​ຊຸກຍູ້​ການ​ພົວພັນ ອີ​ຢູ-ຈີນ ເພື່ອ​ພ້ອມ​ກັນ​ພັດທະນາ, ແກ້​ໄຂ​ບັນດາ​ບັນຫາ​ທົ່ວ​ໂລກ ກ່ຽວ​ກັບ​ອາກາດ, ສາທາລະນະ​ສຸກ ແລະ​ ບັນດາ​ຂົງເຂດ​ອື່ນໆ ກໍ​ຄື​ປະກອບສ່ວນ​ກໍ່ສ້າງ​ໂລກ​ເປີດ ແລະ ຫຼາຍ​ຂົ້ວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/06/2023